ພິທີປະກາດສ້າງຕັ້ງກຳມະບານຮາກຖານ ສກຈຮ ສິນຊັບເມືອງເໜືອ

💛ໃນຕອນບ່າຍຂອງວັນທີ 17 ກັນຍາ 2026 ທີ່ຫ້ອງປະຊຸມສໍານັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ ໄດ້ຈັດພິທີປະກາດສ້າງຕັ້ງກຳມະບານຮາກຖານ ສກຈຮ ສິນຊັບເມືອງເໜືອ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ນາງ ສຸຂະພອນ ປັນຍາສິດ ຮອງປະທານສະຫະພັນກຳມະບານແຂວງຫຼວງພະບາງ, ທ່ານ ສຸກັນ ຈັນທະວົງ ເລຂາຄະນະພັກຮາກຖານ, ທ່ານ ວາລະສິນ ດາລາພອນ ປະທານສະຫະພັນກໍາມະບານທະນາຄານແຂວງຫຼວງພະບາງ , ທ່ານ ສັນຕິ ອູ່ສິດທິເດດ ຜູ້ອໍານວຍການ ສກຈຮ ສິນຊັບເມືອງເໜືອ ຕະຫຼອດເຖິງບັນດາຄະນະອຳນວຍການ, ພະນັກງານ ແລະ ມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມຢ່າງພ້ອມພຽງ.
ພາຍໃນພິທີ ສະຫາຍ ສັນຕິ ອູ່ສິດທິເດດ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງວຽກງານຂອງ ສກຈຮ ສິນຊັບເມືອງເໜືອ ພ້ອມດຽວກັນນັ້ນ, ທ່ານ ທະນູສິນ ອິນສົມພອນ ຮອງປະທານສະຫະພັນກຳມະບານທະນາຄານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສະຫະພັນກຳມະບານທະນາຄານແຂວງຫຼວງພະບາງ ວ່າດ້ວຍການອະນຸມັດສ້າງຕັ້ງກຳມະບານຮາກຖານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈໍາກັດ ເຊິ່ງເປັນໜຶ່ງໃນບັນດາກໍາມະບານຮາກຖານ ທີ່ມີສາຍຕັ້ງຂຶ້ນກັບສະຫະພັນກໍາມະບານທະນາຄານແຂວງລວງພະບາງ ແລະ ຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະປະທານກຳມະບານຮາກຖານ ຈຳນວນ 3 ທ່ານຄື: ທ່ານ ອຸ່ນເຮືອນ ຈັນທະວົງ ເປັນປະທານ, ທ່ານ ກໍ່ານ້ອຍ ມະໂນສອນ ເປັນຮອງປະທານ, ທ່ານ ລົດຈະນາ ອິມພະຈັນ ເປັນຄະນະ.
ໃນວາລະດັ່ງກ່າວ, ຄະນະປະທານກຳມະບານຮາກຖານ ສກຈຮ ສິນຊັບເມືອງເໜືອ ໄດ້ຂຶ້ນຮັບຂໍ້ຕົກລົງ ພ້ອມຕາງໜ້າມະຫາຊົນຜູ້ກ້າວໜ້າຂຶ້ນຜ່ານຄຳຮ້ອງ ຂໍເຂົ້າເປັນສະມາຊິກກຳມະບານຈຳນວນ 24 ທ່ານ ໂດຍມີຈຸດປະສົງເພຶ່ອເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກກຳມະບານທີ່ດີຍິ່ງຂື້ນ. ຈາກນັ້ນໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກກໍາມະບານ.
ໃນຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມພິທີຍັງໄດ້ຮັບຟັງການໂອ້ລົມໂດຍ ສະຫາຍ ນາງ ສຸຂະພອນ ປັນຍາສິດ ຮອງປະທານສະຫະພັນກຳມະບານແຂວງຫຼວງພະບາງ ທີ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການສ້າງຕັ້ງກໍາມະບານຮາກຖານຄັ້ງນີ້ ເພື່ອສ້າງຄວາມສາມັກຄີ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກໍາມະບານ ພ້ອມທັງສົ່ງເສີມສະຫວັດດີການ ແລະ ສ້າງບັນຍາກາດການເຮັດວຽກທີ່ດີພາຍໃນສະຖາບັນ ແລະ ທ່ານຍັງໄດ້ເນັ້ນໜັກເພີ່ມຕື່ມ ໃນບາງໝວດ ແລະ ມາດຕາຂອງກົດລະບຽບສະຫະພັນກໍາມະບານລາວ ເພື່ອໃຫ້ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ໄດ້ຮັບຮູ້-ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂອງຕົນຕື່ມອີກ.
——————————–
ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛
💛SSMI ໃສ່ໃຈການບໍລິການ 💙
——————————–
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
☎️Call Center: 020 9958 8856, 071 252 366
📩 ຕິດຕໍ່ພະນັກງານສິນເຊື່ອ: https://wa.me/8562099588856
👇 ຫຼື ກົດລິ້ງດ້ານລຸ່ມ ເພື່ອສະໝັກອອນລາຍ:
ພະນັກງານ ຈະຕິດຕໍ່ຫາທ່ານພາຍໃນ 1-2 ວັນ (ວັນລັດຖະການ)
Scroll to Top