Khammun POTIPANYA

ສໍາເລັດກອງປະຊຸມເຜີຍແຜ່ ກົດລະບຽບສະຫະພັນກໍາມະບານລາວ ສະໄໝທີ IX ທີ່ ສໍານັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ

💛 ເມື່ອວັນທີ 07 ກໍລະກົດ 2026 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 01 ສຳນັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດລະບຽບ ສະຫະພັນກຳມະບານລາວ ສະໄໝທີ IX ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ກົດລະບຽບ ໂດຍທ່ານ ວາລະສິນ ດາລາພອນ ປະທານສະຫະພັນກຳມະບານ ທະນາຄານ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະ ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການ ພ້ອມດ້ວຍພະນັກງານ ສກຈຮ ສິນຊັບເມືອງເໜືອ ທຸກທ່ານເຂົ້າຮ່ວມ ແລະ ຮັບຟັງຢ່າງພ້ອມພຽງ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ເພື່ອເຜີຍແຜ່ແນວທາງ, ການດຳເນີນງານ, ການເຄື່ອນໄຫວ, ສິດ ແລະ ພາລະໜ້າທີ່ ຂອງບັນດາສະມາຊິກກຳມະບານ ແກ່ພະນັກງານ ສກຈຮ ສິນຊັບເມືອງເໜືອທຸກທ່ານໄດ້ຮັບຮູ້. ——————————– ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛 💛SSMI ໃສ່ໃຈການບໍລິການ 💙 […]

ສໍາເລັດກອງປະຊຸມເຜີຍແຜ່ ກົດລະບຽບສະຫະພັນກໍາມະບານລາວ ສະໄໝທີ IX ທີ່ ສໍານັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ Read More »

ສໍາເລັດກອງປະຊຸມແລກປ່ຽນດ້ານວິຊາການ, ການຄຸ້ມຄອງ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ທີ່ນະຄອນຊົງຊິງ ສປ ຈີນ

💛✈️ ເມື່ອຄັ້ງວັນທີ 16 ກໍລະກົດ 2026 ທີ່ຜ່ານມາ ສກຈຮ ສິນຊັບເມືອງເໜືອ ໄດ້ຈັດກອງປະຊຸມແລກປ່ຽນ ດ້ານວິຊາການ, ການຄຸ້ມຄອງ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ທີ່ນະຄອນຊົງຊິງ ສປ ຈີນ 🇨🇳 💛 ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຄຽງ ອູ່ສິດທິເດດ ປະທານສະພາບໍລິຫານ, ທ່ານ ສັນຕິ ອູ່ສິດທິເດດ ສະມາຊິກສະພາບໍລິຫານ ທັງເປັນຜູ້ອຳນວຍການ, ຕະຫຼອດເຖິງຮອງຜູ້ອຳນວຍການ, ຄະນະອຳນວຍການຝ່າຍ, ຄະນະພະແນກ, ສາຂາ, ໜ່ວຍບໍລິການ, ຫົວໜ້າຈຸງານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ສກຈຮ ສິນຊັບເມືອງເໜືອ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ 🥰 📍ຈຸດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອເປັນການຖອດຖອນບົດຮຽນ, ແລກປ່ຽນດ້ານວິຊາການ ຂອງການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ພ້ອມທັງວາງແນວທາງ 06 ເດືອນທ້າຍປີ

ສໍາເລັດກອງປະຊຸມແລກປ່ຽນດ້ານວິຊາການ, ການຄຸ້ມຄອງ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ທີ່ນະຄອນຊົງຊິງ ສປ ຈີນ Read More »

💸💛 ສິນຊັບເມືອງເໜືອ ສິນເຊື່ອສໍາລັບໃບຕາດິນ 💛💸

  🌾 ພຽງແຕ່ມີໃບຕາດິນ ກໍມີເງິນກ້ອນໄດ້ 🎊 ສິນເຊື່ອສຳລັບປະຊາຊົນທົ່ວໄປ, ຊາວຄ້າຂາຍ ເເລະ ຊາວກະສິກອນ ທີ່ຕ້ອງການເງິນທຶນໄປຕໍ່ຍອດເຮັດທຸລະກິດ 🧑‍🌾 ✅ ອັດຕາດອກເບ້ຍເລີ່ມຕົ້ນພຽງ 1.99% ຕໍ່ເດືອນ ✅ ວົງເງິນກູ້ສູງເຖິງ 01 ຕື້ກີບ ✅ ໄລຍະເວລາການກູ້ຢືມ ສູງສຸດ 09 ປີ ✅ ກູ້ງ່າຍ, ອະນຸມັດໄວ ແລະ ສາມາດປິດບັນຊີໄດ້ກ່ອນກຳນົດໄດ້. ——————————– ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛 💛SSMI ໃສ່ໃຈການບໍລິການ 💙 ——————————– ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ☎️Call Center: 020 9958 8856, 071 252 366 Website: https://www.ssmilaos.com ຕິດຕໍ່ພະນັກງານສິນເຊື່ອ: https://api.whatsapp.com/send?phone=+8562099588856 👇 ຫຼື

💸💛 ສິນຊັບເມືອງເໜືອ ສິນເຊື່ອສໍາລັບໃບຕາດິນ 💛💸 Read More »

📢 ໂອກາດຂອງທ່ານມາຮອດເເລ້ວ

📢 ໂອກາດຂອງທ່ານມາຮອດເເລ້ວ 💛 ພວກເຮົາ ສກຈຮ ສິນຊັບເມືອງເໜືອ ເປີດຮັບສະໝັກເພື່ອນຮ່ວມງານ ຫຼາຍຕຳແໜ່ງ ດັ່ງນີ້:   ➡️ ສຳນັກງານໃຫຍ່ ແຂວງຫຼວງພະບາງ 01 ຕຳແໜ່ງ: – ເລຂາ ຄະນະອໍານວຍການ 01 ຕຳແໜ່ງ (ເພດຍິງ-ຊາຍ) ➡️ ສາຂາ ເເຂວງອຸດົມໄຊ 01 ຕຳແໜ່ງ: – ພະນັກງານວິຊາການສິນເຊື່ອ 01 ຕຳແໜ່ງ (ເພດຊາຍ) ➡️ ໜ່ວຍບໍລິການ ເເຂວງຜົ້ງສາລີ 02 ຕຳແໜ່ງ: – ພະນັກງານວິຊາການສິນເຊື່ອ 02 ຕຳແໜ່ງ (ເພດຊາຍ) ➡️ ໜ່ວຍບໍລິການ ແຂວງໄຊຍະບູລີ 01 ຕຳແໜ່ງ: – ພະນັກງານວິຊາການບໍລິການ ແລະ ບໍລິຫານໜີ້ສິນ 01 ຕຳແໜ່ງ (ເພດຊາຍ) ➡️ ສາຂານະຄອນຫຼວງວຽງຈັນ

📢 ໂອກາດຂອງທ່ານມາຮອດເເລ້ວ Read More »

Scroll to Top