ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການ ສກຈຮ ສິນຊັບເມືອງເໜືອ ໄດ້ຖືກຮັບເຊີນເຂົ້າຮ່ວມງານເສວະນາລະຫວ່າງ LDB Bank ແລະ ຄູ່ຮ່ວມຍຸດທະສາດ ເພື່ອຮ່ວມຂັບເຄື່ອນທຸລະກິດສູ່ຄວາມໝັ້ນຄົງ ແລະ ຍືນຍົງ

💛ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການ ສກຈຮ ສິນຊັບເມືອງເໜືອ ໄດ້ຖືກຮັບເຊີນເຂົ້າຮ່ວມງານເສວະນາລະຫວ່າງ LDB Bank ແລະ ຄູ່ຮ່ວມຍຸດທະສາດ ເພື່ອຮ່ວມຂັບເຄື່ອນທຸລະກິດສູ່ຄວາມໝັ້ນຄົງ ແລະ ຍືນຍົງ💛
👉ວັນສຸກ ວັນທີ 23 ຕຸລາ 2026 ທີ່ຜ່ານມາ, ທີ່ໂຮງແຮມ ແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໄດ້ມີການຈັດງານເສວະນາລະຫວ່າງ ທະນາຄານພັດທະນາລາວ (LDB Bank) ແລະ ບັນດາຄູ່ຮ່ວມຍຸດທະສາດ ພາຍໃຕ້ວິໄສທັດອັນດຽວກັນ ໃນການຮ່ວມໃສ່ໃຈ ແລະ ຂັບເຄື່ອນທຸລະກິດໃຫ້ມີຄວາມໝັ້ນຄົງ, ຍືນຍົງ ແລະ ມີມາດຕະຖານດຽວກັນ ເພື່ອກ້າວສູ່ຄວາມເປັນສາກົນ.
ໃນໂອກາດດັ່ງກ່າວ, ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການ ສກຈຮ ສິນຊັບເມືອງເໜືອ ໄດ້ຖືກຮັບເຊີນເຂົ້າຮ່ວມງານເສວະນາລະຫວ່າງ LDB Bank ແລະ ຄູ່ຮ່ວມຍຸດທະສາດ ເພື່ອຮ່ວມຂັບເຄື່ອນທຸລະກິດສູ່ຄວາມໝັ້ນຄົງ ແລະ ຍືນຍົງ ພ້ອມທັງໄດ້ຂຶ້ນກ່າວເສວະນາ ເພື່ອຮ່ວມແລກປ່ຽນທັດສະນະ, ປະສົບການ ແລະ ແນວຄິດກ່ຽວກັບການພັດທະນາຄວາມຮ່ວມມືທາງທຸລະກິດ ລະຫວ່າງສະຖາບັນການເງິນ ແລະ ບັນດາຄູ່ຮ່ວມຍຸດທະສາດ.
ການຈັດງານເສວະນາໃນຄັ້ງນີ້ ຖືເປັນໂອກາດອັນສຳຄັນໃນການສ້າງຄວາມເຂົ້າໃຈຮ່ວມກັນ, ເສີມສ້າງສາຍພົວພັນອັນດີ ແລະ ເປີດກວ້າງໂອກາດໃນການພັດທະນາຄວາມຮ່ວມມືລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍມຸ່ງເນັ້ນການສ້າງລະບົບການດຳເນີນທຸລະກິດທີ່ມີປະສິດທິພາບ, ໂປ່ງໃສ, ມີມາດຕະຖານ ແລະ ສາມາດຕອບສະໜອງຕໍ່ການປ່ຽນແປງຂອງສະພາບເສດຖະກິດໃນປັດຈຸບັນ.
ພ້ອມກັນນີ້, ການເຂົ້າຮ່ວມຂອງ ສກຈຮ ສິນຊັບເມືອງເໜືອ ຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງເຄືອຂ່າຍຄວາມຮ່ວມມືກັບບັນດາຄູ່ຮ່ວມທາງທຸລະກິດ ເພື່ອເປັນພື້ນຖານໃນການຍົກລະດັບຄຸນນະພາບການບໍລິການ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ສົ່ງເສີມການເຕີບໂຕທາງທຸລະກິດຢ່າງຍືນຍົງ.🤩
——————————–
ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛
💛SSMI ໃສ່ໃຈການບໍລິການ 💙
——————————–
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
☎️Call Center: 020 9958 8856, 071 252 366
📩 ຕິດຕໍ່ພະນັກງານສິນເຊື່ອ: https://wa.me/8562099588856
👇 ຫຼື ກົດລິ້ງດ້ານລຸ່ມ ເພື່ອສະໝັກອອນລາຍ:
ພະນັກງານ ຈະຕິດຕໍ່ຫາທ່ານພາຍໃນ 1-2 ວັນ (ວັນລັດຖະການ)
⏰ ເປີດບໍລິການ
ວັນຈັນ ເຖິງ ວັນສຸກ: ເວລາ 8:30 – 15:30
Scroll to Top