ສໍາເລັດກອງປະຊຸມແລກປ່ຽນດ້ານວິຊາການ, ການຄຸ້ມຄອງ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ທີ່ນະຄອນຊົງຊິງ ສປ ຈີນ

💛✈️ ເມື່ອຄັ້ງວັນທີ 16 ກໍລະກົດ 2026 ທີ່ຜ່ານມາ ສກຈຮ ສິນຊັບເມືອງເໜືອ ໄດ້ຈັດກອງປະຊຸມແລກປ່ຽນ ດ້ານວິຊາການ, ການຄຸ້ມຄອງ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ທີ່ນະຄອນຊົງຊິງ ສປ ຈີນ 🇨🇳

💛 ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຄຽງ ອູ່ສິດທິເດດ ປະທານສະພາບໍລິຫານ, ທ່ານ ສັນຕິ ອູ່ສິດທິເດດ ສະມາຊິກສະພາບໍລິຫານ ທັງເປັນຜູ້ອຳນວຍການ, ຕະຫຼອດເຖິງຮອງຜູ້ອຳນວຍການ, ຄະນະອຳນວຍການຝ່າຍ, ຄະນະພະແນກ, ສາຂາ, ໜ່ວຍບໍລິການ, ຫົວໜ້າຈຸງານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ສກຈຮ ສິນຊັບເມືອງເໜືອ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ 🥰

📍ຈຸດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອເປັນການຖອດຖອນບົດຮຽນ, ແລກປ່ຽນດ້ານວິຊາການ ຂອງການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ສະຫຼຸບຜົນງານ 06 ເດືອນຕົ້ນປີ 2026 ພ້ອມທັງວາງແນວທາງ 06 ເດືອນທ້າຍປີ 2026 ເພື່ອຈັດຕັ້ງປະຕິບັດ ໃນການດຳເນີນວຽກງານຄັ້ງຕໍ່ໄປ ໃຫ້ປະສົບຜົນສໍາເລັດ.

🇨🇳 ໃນໂອກາດດັ່ງກ່າວ ຍັງໄດ້ຈັດຂະບວນທັດສະນະສຶກສາປະຈຳປີ ຂອງພະນັກງານ ສກຈຮ ສິນຊັບເມືອງເໜືອ ເພື່ອຢ້ຽມຊົມ, ສຳຜັດວັດທະນະທຳ ແລະ ບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງນະຄອນຊົງຊິງ ສປ ຈີນ 🇨🇳 ໃນລະຫວ່າງວັນທີ 14-18 ກໍລະກົດ 2026 ອີກດ້ວຍ🥰

——————————–
ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛
💛SSMI ໃສ່ໃຈການບໍລິການ 💙
——————————–
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
☎️Call Center: 020 9958 8856, 071 252 366
Website: https://www.ssmilaos.com
ຕິດຕໍ່ພະນັກງານສິນເຊື່ອ:
https://api.whatsapp.com/send?phone=+8562099588856
👇 ຫຼື ກົດລິ້ງດ້ານລຸ່ມ ເພື່ອສະໝັກອອນລາຍ:
https://forms.gle/gA4MXZ4D2dd22Toi8
ພະນັກງານ ຈະຕິດຕໍ່ຫາທ່ານພາຍໃນ 1-2 ວັນ (ວັນລັດຖະການ)

ເປີດບໍລິການ
ວັນຈັນ ເຖິງ ວັນສຸກ
⏰ເວລາ 8:30 – 15:30
#ສິນຊັບເມືອງເໜືອ
#ຮ່ວມໃຈພັດທະນາສັງຄົມລາວ
#ssmilaos
#ssmiໃສ່ໃຈທຸກການບໍລິການ
#ສິນຊັບເມືອງເໜືອເພື່ອການເປັນຢູ່ທີ່ດີຂຶ້ນ
#ທີ່ປຶກສາທາງການເງິນ
#ການເງິນມີບັນຫາປຶກສາເຮົາໄດ້

Scroll to Top