ໃນໂອກາດດັ່ງກ່າວ, ທ່ານ ສັນຕິ ອູ່ສິດທິເດດ ຜູ້ອຳນວຍການ ສກຈຮ ສິນຊັບເມືອງເໜືອ ໄດ້ຖືກຮັບເຊີນເຂົ້າຮ່ວມງານເສວະນາລະຫວ່າງ LDB Bank ແລະ ຄູ່ຮ່ວມຍຸດທະສາດ ເພື່ອຮ່ວມຂັບເຄື່ອນທຸລະກິດສູ່ຄວາມໝັ້ນຄົງ ແລະ ຍືນຍົງ ພ້ອມທັງໄດ້ຂຶ້ນກ່າວເສວະນາ ເພື່ອຮ່ວມແລກປ່ຽນທັດສະນະ, ປະສົບການ ແລະ ແນວຄິດກ່ຽວກັບການພັດທະນາຄວາມຮ່ວມມືທາງທຸລະກິດ ລະຫວ່າງສະຖາບັນການເງິນ ແລະ ບັນດາຄູ່ຮ່ວມຍຸດທະສາດ.
ການຈັດງານເສວະນາໃນຄັ້ງນີ້ ຖືເປັນໂອກາດອັນສຳຄັນໃນການສ້າງຄວາມເຂົ້າໃຈຮ່ວມກັນ, ເສີມສ້າງສາຍພົວພັນອັນດີ ແລະ ເປີດກວ້າງໂອກາດໃນການພັດທະນາຄວາມຮ່ວມມືລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍມຸ່ງເນັ້ນການສ້າງລະບົບການດຳເນີນທຸລະກິດທີ່ມີປະສິດທິພາບ, ໂປ່ງໃສ, ມີມາດຕະຖານ ແລະ ສາມາດຕອບສະໜອງຕໍ່ການປ່ຽນແປງຂອງສະພາບເສດຖະກິດໃນປັດຈຸບັນ.
ພ້ອມກັນນີ້, ການເຂົ້າຮ່ວມຂອງ ສກຈຮ ສິນຊັບເມືອງເໜືອ ຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງເຄືອຂ່າຍຄວາມຮ່ວມມືກັບບັນດາຄູ່ຮ່ວມທາງທຸລະກິດ ເພື່ອເປັນພື້ນຖານໃນການຍົກລະດັບຄຸນນະພາບການບໍລິການ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ສົ່ງເສີມການເຕີບໂຕທາງທຸລະກິດຢ່າງຍືນຍົງ.
——————————–
ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ
——————————–
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
ພະນັກງານ ຈະຕິດຕໍ່ຫາທ່ານພາຍໃນ 1-2 ວັນ (ວັນລັດຖະການ)
ວັນຈັນ ເຖິງ ວັນສຸກ: ເວລາ 8:30 – 15:30


