ສກຈຮ ສິນຊັບເມືອງເໜືອ

ປະຫວັດຄວາມເປັນມາ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສ້າງຕັ້ງຂຶ້ນໃນວັນທີ 18/10/2017 ຜ່ານການອະນຸຍາດໃຫ້ດຳເນີນທຸລະກິດໂດຍທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ ສະບັບເລກທີ 575 ລົງວັນທີ 05/08/2020

ຈຸດປະສົງໃນການດຳເນີນທຸລະກິດ: ເພື່ອສະໜອງການບໍລິການດ້ານການເງິນທີ່ຫຼາກຫຼາຍ ເປັນຕົ້ນແມ່ນ:
  •  ໃຫ້ບໍລິການດ້ານການເງິນແບບຍືນຍົງໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງ ການສົ່ງເສີມການຝາກເງິນທີ່ມີຄວາມປອດໄພ ພ້ອມທັງໄດ້ຮັບຜົນຕອບແທນ ໃນອັດຕາທີ່ເປັນທຳ ແລະ ກູ້ຢືມເງິນ ເພື່ອໃຊ້ເປັນແຫຼ່ງທຶນໃນການເຮັດການຜະລິດ ແລະ ແນໃສ່ເພື່ອປັບປຸງສະພາບ ທາງດ້ານເສດຖະກິດ-ສັງຄົມ ຂອງເຂົາເຈົ້າ.
  • ເພື່ອປະກອບສ່ວນໃນການພັດທະນາ ເສດຖະກິດ ແລະ ສັງຄົມ ໃຫ້ແກ່ພໍ່, ແມ່ ປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ ແລະ ປານກາງ ໃນຂອບເຂດດັ່ງກ່າວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍການແນະນຳ ໃຫ້ພໍ່, ແມ່ ປະຊາຊົນໄດ້ເຂົ້າໃຈເຖິງການນຳໃຊ້ແຫຼ່ງທຶນຢ່າງມີປະສິດທິພາບ, ພ້ອມກັນນີ້ທາງ ສກຈຮ ສິນຊັບເມືອງເໜືອ ກໍຍັງສ້າງຄວາມຮູ້ທາງດ້ານການເງິນໂດຍລວມໃຫ້ປະຊາຊົນໄດ້ເຂົ້າໃຈງ່າຍຂຶ້ນ.
  • ໃຫ້ບໍລິການດ້ານການເງິນອື່ນໆຕາມການເຫັນດີຂອງ ທະນາຄານແຫ່ງ ສປປ ລາວ ແລະ ອີງຕາມດຳລັດ ວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 460/ລບ, ລົງວັນທີ 03/10/2012 ແລະ ຄຳແນະນຳຈັດຕັ້ງປະຕິບັດ ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 01/ທຫລ, ລົງວັນທີ 19/04/2016.

ເພງ ສິນຊັບປະທັບໃຈ

ປະພັນ ແລະ ຮ້ອງໂດຍ : ທ່ານ ປອ. ໄຊຄຳ ສຸກສະນິດ

ເນື້ອເພງ:
ທ່ານຮູ້ຫຼືຍັງ
ຫຼືເຄີຍໄດ້ເປັນ
ທີ່ຮັບເງິນຝາກ
ຮັບໃຊ້ສັງຄົມລາວ
ເຮົາສະຖາບັນ
ທີ່ຮັບເງິນຝາກ
ພວກເຮົາໃສ່ໃຈ
ຂໍພຽງທ່ານສະເໜີ
ຮ່ວມໃຈ
ພ້ອມເດີນກ້າວ
ຄົນລາວ
ຮັບໃຊ້ສັງຄົມ
ວ່ອງໄວ
ທັນສະໄໝ
ເຮົາພູມໃຈ
ສິນຊັບເມືອງເໜືອ
ໄດ້ຟັງຫຼືເຄີຍໄດ້ເຫັນ
ລູກຄ້າສະຖາບັນເຮົາ
ປ່ອຍກູ້ໃຫ້ສັງຄົມລາວ
ຄົນລາວໃຊ້ບໍລິການ
ການເງິນຈຸລະພາກ
ມີຊື່ສິນຊັບເມືອງເໜືອ
ຈິງໃຈ ແລະ ພ້ອມຊ່ວຍເຫຼືອ
ພວກເຮົາຍິນດີຮັບໃຊ້
ພັດທະນາສັງຄົມລາວ
ຊ່ວຍເຫຼືອສັງຄົມ
ໃຜກໍ່ນິຍົມ
ລາວເຮົາຕະຫຼອດໄປ
ຍືນຍົງ ແລະ ຈິງໃຈ
ໄວ້ໃຈສິນຊັບເມືອງເໜືອ
ໄດ້ຮັບໃຊ້ ແລະ ຊ່ວຍເຫຼືອ
ຂໍຂອບໃຈທຸກໆທ່ານ
Scroll to Top