ເມື່ອຕອນເຊົ້າຂອງວັນທີ 15/05/2026 ທີ່ຫ້ອງປະຊຸມສຳນັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ

💛 ເມື່ອຕອນເຊົ້າຂອງວັນທີ 15/05/2026 ທີ່ຫ້ອງປະຊຸມສຳນັກງານໃຫຍ່ ສກຈຮ ສິນຊັບເມືອງເໜືອ ໄດ້ມີກອງປະຊຸມປຶກສາຫາລື ຮ່ວມກັບສໍານັກງານປົກປ້ອງເງິນຝາກ (ສປງ) ເນື່ອງໃນວາລະຄົບຮອບການເຂົ້າເປັນສະມາຊິກ ສປງ ຂອງ ສກຈຮ ສິນຊັບເມືອງເໜືອ; ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ສັນຕິ ອູ່ສິດທິເດດ ຜູ້ອໍານວຍການ ສກຈຮ ສິນຊັບເມືອງເໜືອ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ທ່ານ ນາງ ດາວມະນີວອນ ວິໄລວຽງ ຮອງຫົວໜ້າ ສໍານັກງານປົກປ້ອງເງິນຝາກ ພ້ອມດ້ວຍຄະນະ.
ໂດຍມີຈຸດປະສົງເພື່ອປຶກສາຫາລື ກ່ຽວກັບການດໍາເນີນງານ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ຕະຫຼອດເຖິງຮັດແໜ້ນຂອດການຮ່ວມມື ເພື່ອນໍາມາເປັນແນວທາງ ໃນການຈັດຕັ້ງປະຕິບັດວຽກງານຂອງ ສກຈຮ ສິນຊັບເມືອງເໜືອ ໃຫ້ສອດຄ່ອງກັບແນວທາງຂອງສໍານັກງານປົກປ້ອງເງິນຝາກ ເວົ້າລວມກໍແມ່ນ ທະນາຄານແຫ່ງ ສປປ ລາວ ວາງອອກ.
——————————–
ສິນຊັບເມືອງເໜືອ ຮ່ວມໃຈພັດທະນາສັງຄົມລາວ💛
💛SSMI ໃສ່ໃຈການບໍລິການ 💙
——————————–
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
☎️Call Center: 020 9958 8856, 071 252 366
ຕິດຕໍ່ພະນັກງານສິນເຊື່ອ:
👇 ຫຼື ກົດລິ້ງດ້ານລຸ່ມ ເພື່ອສະໝັກອອນລາຍ:
ພະນັກງານ ຈະຕິດຕໍ່ຫາທ່ານພາຍໃນ 1-2 ວັນ (ວັນລັດຖະການ)
Scroll to Top